ສາລະແລະຄວາມຄິດເຫັນໃນມູມມອງທີ່ແຕກຕ່າງກັນ

Monday 12 September 2016

ຄວາມໝາຍຂອງ 3 ລັກສານະ 5 ຫຼັກມຸນການສືກສາ ເເລະ 4 ບຸກທະລຸ ຂອງ ສປປ ລາວ

. 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ
3 ລັກສານະມີຄື:
    1. ລັກສານະຊາດ
    2. ລັກສະນະທາຍາວິທະຍາສາດ ແລະ ທັນສະໄໜ
    3.  ລັກສະນະມະຫາຊົນ
5 ຫຼັກມູນ:
   1) ຫຼັກມູນຄຸນສົມບັດສຶກສາ
   2) ຫຼັກມູນປັນຍາສຶກສາ
   3) ຫຼັກມູນແຮງງານສຶກສາ
   4) ຫຼັກມູນພາລະສຶກສາ
   5) ຫຼັກມູນສິລະປະສຶກສາ
ຄວາມໝາຍຂອງທັງ3ລັກສານະ
1. ລັກສະນະຊາດ
   ຄວາມໝາຍການສຶກສາທີ່ມີລັກສະນະຊາດໝາຍເຖິງ ການສຶກສາຕ້ອງແມ່ນຂອງຊາດ ແລະ ຮັບໃຊ້ຊາດ.  ການສຶກສາຕ້ອງແມ່ນການສຶກສາຂອງຊາດທີ່ມີເອກະລາດ,ເປັນເຈົ້າຕົນເອງ ແລະ ມັນຕ້ອງຮັບໃຊ້ໜ້າທີ່      ສ້າງສາພັດທະນາປະເທດຊາດ,ນຳເອົາຄວາມສຸກມາໃຫ້ປະຊາຊົນລາວ ແລະ ນຳເອົາຄວາມສີວິໄລ ຄວາມ    ຈະເລີນກ້າວໜ້າມາໃຫ້ປະເທດຊາດ.
2. ລັກສະນະວິທະຍາສາດ ແລະ ທັນສະໄໝ

  ການສຶກສາທີ່ມີລັກສະນະວິທະຍາສາດ ແລະ ທັນສະໄໝ ໝາຍເຖິງການສຶກສາທີ່ອີງໃສ່ຫຼັກການ ແລະ ວິທີການທາງວິທະຍາສາດເພື່ອກຳນົດນະໂຍບາຍ, ຈຸດໝາຍ, ເນື້ອໃນ ແລະ ວິທີການຂອງການສຶກສາ; ນຳໃຊ້ຄວາມກ້າວໜ້າຂອງວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຈັດການສຶກສາ ການສຶກສາຕ້ອງມີ ລັກສະນະວິທະຍາສາດ, ໝາຍຄວາມວ່າເນື້ອໃນການສອນຕ້ອງເອົາສັດຈະທຳ, ເອົາວິທະຍາສາດເປັນຫຼັກ, ມີວິທີຈັດຕັ້ງ, ສຶກສາອັນກ້າວໜ້າ. ເນື້ອໃນການສຶກສາຕ້ອງສ່ອງແສງເຖິງໝາກຜົນ ແລະ ຄວາມກ້າວໜ້າ ທາງດ້ານວິທະຍາສາດ, ວິທະຍາການອັນທັນສະໄໝຂອງໂລກ, ພ້ອມກັນນັ້ນກໍເສີມຂະຫຍາຍບົດຮຽນ, ມູນເຊື້ອອັນຈົບງາມຂອງຊາດ.

3. ລັກສະນະມະຫາຊົນ

  ການສຶກສາທີ່ມີລັກສະນະມະຫາຊົນ ໝາຍເຖິງການສຶກສາເພື່ອທຸກຄົນ, ການສຶກສາດໍາເນີນໄປບົນພື້ນຖານການມີສ່ວນຮ່ວມ, ສະໜັບສະໜູນຂອງປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ. ìການສຶກສາຕ້ອງມີລັກສະນະມະຫາຊົນ, ໝາຍຄວາມວ່າຕ້ອງເອົາມະຫາຊົນ, ກ່ອນອື່ນແມ່ນປະຊາຊົນຜູ້ອອກແຮງງານບັນດາເຜົ່າເປັນເປົ້າໝາຍຮັບໃຊ້ ແລະ ກໍຕ້ອງອີງໃສ່ມະຫາຊົນເພື່ອສ້າງການສຶກສາ.

ຄວາມໝາຍຂອງ 5 ຫຼັກມູນການສືກສາຄື:

 1. ຄວາມໝາຍຂອງຄຸນສົມບັດສຶກສາ
    ຄຸນສົມບັດໝາຍເຖິງພຶດຕິກຳທີ່ສະແດງອອກຂອງບຸກຄົນກຸ່ມຄົນ ແລະສັງຄົມນອກຈາກນັ້ນໃນຄວາມໝາຍແຄບຄຸນສົມບັດຍັງໝາຍເຖິງຄວາມດີຄວາມປະພຶດດີຄຸນລັກສະນະປະຈຳຕົວ. ຄຸນສົມບັດ ສຶສາ ໝາຍເຖິງການສຶກສາເພື່ອໃຫ້ຜູ້ຮຽນເປັນຄົນດີປະພຶດດີມີຄຸນລັກສະນະຕາມທີ່ຕ້ອງການທັງທາງດ້ານແນວຄິດທັດສະນະຄ່ານິຍົມ ແລະ ພຶດຕິກຳທີ່ສະແດງອອກ.ຄຸນສົມບັດສຶກສາມີບົດບາດສຳຄັນໃນການສ້າງພົນລະເມືອງດີໃຫ້ແກ່ປະເທດຊາດ ເພື່ອໃຫ້ສັງຄົມມີຄວາມສີວິໄລຍຸຕິທຳມີຄວາມສະຫງົບ ປາສະຈາກຄວາມຂັດແຍ່ງ ແລະ ຫຼຸດຜ່ອນປາກົດການຫຍໍ້ທໍ້ຕ່າງໆ.
  2 ຄວາມໝາຍຂອງປັນຍາສຶກສາ
  ປັນຍາໝາຍເຖິງ ຄວາມຮອບຮູ້, ຄວາມສະຫຼາດທີ່ເກີດຈາກການຮຽນ ແລະການຄົ້ນຄິດ. ປັນຍາສຶກສາ ໝາຍເຖິງການສຶກສາເພື່ອໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດ, ຄວາມສະຫຼາດ ແລະ ທັກສະທີ່ຈຳເປັນ ສຳລັບການຮຽນຕໍ່ຂັ້ນສູງຂຶ້ນໄປ, ການດຳລົງຊີວິດ, ການປະກອບອາຊີບ ແລະ ການສຶກສາແບບຕໍ່ເນື່ອງຕະຫຼອດຊີວິດ ໂດຍເນັ້ນຜູ້ຮຽນເປັນສຳຄັນ ແລະ ຖືວ່າທຸກຄົນສາມາດຮຽນຮູ້ ແລະ ພັດທະນາຕົນເອງໄດ້ ຕາມຄວາມສາມາດຂອງແຕ່ລະຄົນ.ປັນຍາສຶກສາມີບົດບາດສຳຄັນໃນການສ້າງຄົນເກັ່ງໃຫ້ແກ່ສັງຄົມ ກໍຄືປະເທດຊາດ. ຄົນເກັ່ງເປັນຄົນທີ່ມີສະມັດຖະພາບສູງ ເຊິ່ງອາດຈະມີຄວາມສາມາດດ້ານໃດດ້ານໜຶ່ງ, ມີຄວາມສາມາດພິເສດສະເພາະດ້ານ ຫຼື ມີຄວາມສາມາດຮອບດ້ານຕາມຈຸດພິເສດຂອງແຕ່ລະຄົນ.

3. ຄວາມໝາຍຂອງແຮງງານສຶກສາ

ແຮງງານໝາຍເຖິງການເຮັດວຽກດ້ວຍກຳລັງກາຍແຮງງານຍັງໝາຍເຖິງຄວາມສາມາດທາງດ້ານຮ່າງກາຍ, ມັນ
ສະໝອງ ສະຕິປັນຍາ, ຄວາມຊໍານານງານຂອງຄົນແຮງງານສຶກສາ ໝາຍເຖິງການສຶກສາທີ່ເນັ້ນໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການອອກແຮງງານເຊິ່ງເປັນການອອກແຮງງານທີ່ມີເຕັກນິກວິທະຍາການ, ມີການຈັດຕັ້ງ ແລະ ມີສະມັດຖະພາບສູງ; ສ້າງສີມືແຮງງານ ໂດຍການສະໜອງ ການເຝິກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ຜູ້ອອກແຮງງານ ທີ່ບໍ່ໄດ້ເຝິກມາກ່ອນ ເພື່ອສ້າງຄວາມສາມາດ ໃນການອອກແຮງງານ; ພັດທະນາສີມືແຮງງານ ໂດຍການຍົກລະດັບວິຊາຊີບແກ່ຜູ້ອອກແຮງງານທີ່ມີສີມືແຮງງານມາກ່ອນແລ້ວໃຫ້ມີຄວາມຊຳນານງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ໃນແຕ່ລະໄລຍະ ແຮງງານສຶກສາມີບົດບາດສຳຄັນໃນການຊ່ວຍພັດທະນາໃຫ້ຜູ້ຮຽນມີຄວາມຮູ້ທາງດ້ານວິຊາສະເພາະ ແລະ ວິຊາຊີບ, ມີຄວາມສາມາດສົມທົບລະຫວ່າງການອອກແຮງງານວຍມັນສະໝອງກັບການອອກແຮງງານດ້ວຍກຳລັງກາຍຫຼື ດ້ວຍຕີນມື, ເຮັດໃຫ້ຜູ້ຮຽນສາມາດຊ່ວຍຕົນເອງໃນການດຳລົງຊີວິດ, ມີການຜະລິດ,ມີລາຍຮັບ ແລະ ຊ່ວຍພັດທະນາສັງຄົມກໍຄືປະເທດຊາດ.

4. ຄວາມໝາຍຂອງພະລະສຶກສາ

  ພະລະໝາຍເຖິງກຳລັງ, ເຫື່ອແຮງ ພະລະສຶກສາ ໝາຍເຖິງການສຶກສາໃນທາງອອກກຳລັງກາຍ ເພື່ອໃຫ້ຮ່າງກາຍ ແລະ ສຸຂະພາບແຂງແຮງ ພະລະສຶກສາມຸ່ງເນັ້ນໃຫ້ຜູ້ຮຽນໃຊ້ກິດຈະກຳການເຄື່ອນໄຫວ, ການອອກກຳລັງກາຍ, ການຫຼິ້ນເກມ (ແບບຫຼິ້ນຕ່າງໆ) ແລະ ການຫຼິ້ນກິລາເປັນເຄື່ອງມືໃນການພັດທະນາດ້ານຮ່າງກາຍ, ຈິດໃຈ, ອາລົມ, ສັງຄົມ ແລະ ສະຕິປັນຍາໃຫ້ສົມບູນ.ສຸຂະສຶກສາແມ່ນການສຶກສາ ກ່ຽວກັບການເສີມສ້າງສຸຂະພາບພະລານາໄມ,ການປ້ອງນບໍ່ໃຫ້ເກີດພະຍາດ ແລະ ການຮັກສາໃຫ້ມີສຸຂະພາບແຂງແຮງຢູ່ສະເໝີ. ສຸຂະສຶກສາຈະເນັ້ນໃຫ້ຜູ້ຮຽນມີຄວາມຮູ້, ຄ່ານິຍົມ, ພຶດຕິກຳ ແລະ ການ
ປະຕິບັດກ່ຽວກັບສຸຂະພາບ ເພື່ອໃຫ້ຈະເລີນເຕີບໂຕ ແລະ ມີພັດທະນາການສົມກັບໄວອາຍຸ. ຄົນທີ່ມີສຸຂະພາບກາຍ ແລະ ຈິດໃຈດີຍ່ອມຈະມີຄວາມສຸກ, ມີຄວາມສາມາດຮຽນ,ອອກແຮງງານ ຫຼື ປະຕິບັດໜ້າທີ່ໄດ້ຢ່າງເຕັມສ່ວນ.
5. ຄວາມໝາຍຂອງສິລະປະສຶກສາ
  ສິລະປະ ມີຫຼາຍຄວາມໝາຍຄື: ໝາຍເຖິງສີມື, ສີມືທາງການຊ່າງ, ການປະດັບ, ການເຮັດໃຫ້ວິຈິດພິດສະດານຕ່າງໆ; ຄວາມງົດງາມ, ຄວາມອ່ອນໂຍນ, ຄວາມພາກພຽນປານີດ; ການສະແດງອອກອາລົມສະເທືອນໃຈໃຫ້ເຫັນປະຈັກ;ຫັດຖະກຳ, ວິຈິດສິນ ເປັນຕົ້ນ. ສິລະປະສຶກສາ ໝາຍເຖິງການຮຽນສິລະປະໂດຍເນັ້ນໃຫ້ຜູ້ຮຽນມີຄວາມຮູ້ ແລະ ທັກສະກ່ຽວກັບສິລະປະກຳ ແລະ ສິລະປະດົນຕີ; ຮັກຄວາມສວຍງານ ມີຈິດໃຈອ່ອນໂຍນ, ມີຄວາມຄິດລິເລີ່ມ, ຈິນຕະນາການແລະ ມີຄວາມຄິດສ້າງສັນງານສິລະປະ; ເຫັນຄຸນຄ່າທາງສິລະປະ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນ. 
 4 ບຸກທະລຸຂອງຂະແໜງການສຶກສາ ແລະ ກິລາ
1. ບຸກທະລຸທາງດ້ານແນວຄິດ ແລະ ຈິນຕະນາການ
2. ບຸກທະລຸທາງດ້ານການພັດທະນາທາງຊັບພະຍາກອນ
3. ບຸກທະລຸທາງດ້ານກົນໄກທາງດ້ານຄຸ້ມຄອງ ແລະ ນິຕິກຳທາງດ້ານການບໍລິຫານ
4. ບຸກທະລຸທາງດ້ານການລົບລ້າງຄວາມທຸກຍາກ.

No comments:

Post a Comment